
Our Story
Discover the inspiration behind our builder's journey.
Our Story
ການຜະລິດກະເປົ່າສານຕ້ອງຜ່ານຫຼາກຫຼາຍກຳມະວິທີ ເຊິ່ງທ່ານ ວຽງສະຫວັນຈະມາເລົ່າຂັ້ນຕອນການຜະລິດຢ່າງລະອຽດວ່າກວ່າຈະໄດ້ມາໜ່ວຍໜຶ່ງບໍ່ແມ່ນເລື່ອງງ່າຍ: “ເພິ່ນເລີ່ມແຕ່ການກຽມວັດສະດຸທີ່ນຳມາສານ ເພິ່ນເລືອກທີ່ຈະນຳໃຊ້ໄມ້ເຮ້ຍເພາະມີສີໂດດເດັ່ນໂດຍທຳມະຊາດ ເພິ່ນໄດ້ໃຫ້ຄົນນຳໄມ້ເຮ້ຍລົງມາແຕ່ພູ ເມື່ອໄດ້ແລ້ວນຳມາເຜົາ ແລະ ຕົ້ມເປັນເວລາ 1 ວັນເຕັມ ແລະ ຄ່ອຍກວດເຊັກຄວບຄຸມໄຟໃຫ້ສະໝໍ່າສະເໝີເພື່ອໃຫ້ລະຫວ່າງຕົ້ມຄວາມຮ້ອນຈະກະຈາຍທົ່ວເຖິງທຸກສ່ວນຂອງໄມ້ ເພື່ອໃຫ້ຕອກມີຄວາມອ່ອນຍຶດຍຸນບໍ່ແຕກບໍ່ຫັກ ແລະ ບໍ່ເປັນສ້ຽນເຮັດໃຫ້ຕອກລຽບງາມ ປ້ອງກັນສ້ຽນເວລາຊົມໃຊ້ກະເປົ່າ ຫຼັງຈາກຕົ້ມແລ້ວໆ ນຳໄມ້ທີ່ໄດ້ມາຟານ ແລ້ວຈຶ່ງນຳມາຮີດເປັນເສັ້ນໃຫ້ມີຂະໜາດ ທີ່ເໝາະສົມບໍ່ບາງເກີນໄປ ແລະ ບໍ່ໜາເກີນໄປ ເພື່ອໃຫ້ເໝາະສົມສຳລັບການສານ, ເພີ່ມຄວາມລຽບນຽນ ແລະ ລາຍລະອຽດໃຫ້ກະເປົ່າເບິ່ງຮຽບຮ້ອຍ ໂດຍລາຍທີ່ເພິ່ນສານເປັນລາຍທີ່ເພິ່ນຮຽນມາທັງຈາກປະສົບການ ແລະ ສຶກສາຮຽນຮູ້ເອງຜ່ານສື່ສັງຄົມອອນລາຍ. ເພິ່ນສານ ແລະ ສະສົມປະສົບການມາເລື່ອຍໆຈົນປະຈຸບັນໄດ້ລາຍແບບທີ່ສະຖຽນຄຸນນະພາບທີ່ຄວບຄຸມໄດ້. ຍ້ອນຄວາມມັກຂອງເພິ່ນເຮັດໃຫ້ເພິ່ນຢາກສືບຕໍ່ຖ່າຍທອດຄວາມຮູ້ທີ່ມີໃຫ້ຄົນລຸ້ນຕໍ່ໆໄປ ເພິ່ນຍິນດີທີ່ຈະສອນ ເພາະຢາກໃຫ້ວັດຖຸ ວິທີການຜະລິດ ແລະ ເອກະລັກລວດລາຍສືບຕໍ່ໄປກັບທຸກຍຸກທຸກສະໄໝ ຍ້ອນເອກະລັກລວດລາຍທີ່ໂດດເດັ່ນ ແລະ ກຳມະວິທີທີ່ລະອຽດຈຶ່ງຢາກໃຫ້ເປັນມໍລະດົກຕົກທອດພ້ອມທັງສ້າງລາຍໄດ້ໃຫ້ໄວໜຸ່ມ ແລະ ສັງຄົມລາວໃນອານາຄົດ”


The process of woven bag by Viengsavanh that will you the detail and sophisticated of one single bag.
He begins by sourcing bamboo from the mountains, chosen for its natural distinctive color. The bamboo is burned and boiled for a full day, with careful fire control to ensure even heat distribution throughout. This makes the material flexible and prevents cracking or splintering, ensuring smooth, durable Bag. After boiling, the bamboo is split and stripped into appropriately-sized strands—not too thin, not too thick—for optimal weaving. His weaving patterns come from both experience and self-study through social media. Through continuous practice, he has developed stable, quality designs. Driven by passion, Viengsavanh is eager to pass this knowledge to future generations, wanting to preserve the materials, production methods, and distinctive patterns for all eras. He hopes this unique craft and detailed process will become a heritage that creates income for Lao youth and society.
ເລື່ອງເລົ່າຈາກຜູ້ຜະລິດ







Gallery
Explore the builder's journey and inspirations.










Location:
Thatluang-hongkae road
Sisangvone village, Saysettha District
Vientiane Capital, Lao PDR
Tel: +856 020 99956588
Fax: 041-252717
E-mail: soomson.store@gmail.com
Contact us:
Email: soomson.store@gmail.com
TEL: +856 020 99956588
