ສິນຄ້າຂອງພວກເຮົາ

ທຸກສິນຄ້າແມ່ນພວກເຮົາສົ່ງເສີມໃຫ້ຊຸມຊົນເປັນຄົນຜະລິດ ໂດຍທີ່ຊຸມຊົນຈະໄດ້ມີທ່າແຮງດ້ານຄວາມຮູ້ ແລະ ຄວາມຊຳນານ, ນອກຈາກນັ້ນພວກເຮົາໄດ້ຝຶກເຕັກນິກວິຊາການຕ່າງໆໃຫ້ອີກດ້ວຍ.

ຫັດຖະກຳຜ້າຝ້າຍ

ຫັດຖະກຳຜ້າຝ້າຍ ແມ່ນການຜະລິດຜ້າທີ່ເຮັດດ້ວຍມືໂດຍໃຊ້ໃຍຝ້າຍເປັນວັດຖຸດິບຫຼັກ ໃນການປັ່ນ ແລະ ທໍເພື່ອຜະລິດເປັນຜ້າ. ການຜະລິດແບບນີ້ເປັນສ່ວນໜຶ່ງຂອງວັດທະນະທຳ ແລະ ວິຖີຊີວິດຂອງຊຸມຊົນຊົນນະບົດລາວມາຕັ້ງແຕ່ບູຮານ.

ຫັດຖະກຳຈັກສານ

ຫັດຖະກຳຈັກສານ ແມ່ນການນຳເອົາວັດຖຸທຳມະຊາດຕ່າງໆ ເຊັ່ນ ໄມ້ໄຜ່, ຫຍ້າກວ້າງ, ຫຍ້າຕົ້ນກ່າ ຫຼື ໃບຕານມາຕາກໃຫ້ແຫ້ງ ແລ້ວນຳມາຈັກສານເປັນຂອງໃຊ້ຂອງຕົວເອງ ຫຼື ຂາຍເພື່ອສ້າງລາຍຮັບ, ສະທ້ອນໃຫ້ເຫັນຄວາມຮູ້, ຄວາມອົດທົນ ແລະ ປັນຍາທ້ອງຖິ່ນຂອງຊາວບ້ານລາວ.

our community explores the journey of mulberry silk from silkworm to fabric. Learn about its natural origins, traditional methods, and the craftsmanship that transforms nature into timeless luxury.

★★★★★

★★★★★

ຊຸມຊົນຂອງພວກເຮົາໄດ້ອອກເດີນທາງເພື່ອສຶກສາພັນມ້ອນ ແລະ ກຳມະວິທີການດູແລຮັກສາ ເພື່ອເສາະຫາຜົນຜະລິດທີ່ເພິ່ງພໍໃຈ ທັງຈາກລວດລາຍການອອກແບບ, ຄຸນນະພາບ, ຄວາມປອດໄພ ລວມໄປການບົວລະບັດຂອງຜູ້ຜະລິດເອງ ເພື່ອຫາສິນຄ້າທີ່ທຸກຄົນສາມາດເຂົ້າເຖິງໄດ້ ທັນສະໄໝ ລຽບຫຼູ ແລະ ບົກບອກເຖິງຄວາມເປັນລາວ